
ວິທີລົງທະບຽນ TDAC ສໍາລັບຄົນລາວ
/ 1 min read
Table of Contents
TDAC ແມ່ນຫຍັງ
ກ່ອນອື່ນເຮົາມາທຳຄວາມເຂົ້າໃຈກັນກ່ອນວ່າ TDAC ນັ້ນແມ່ນຫຍັງກັນແທ້
TDAC ຫຼື Thailand Digital Arrival Card ແມ່ນແບບຟອມອອນລາຍທີ່ໃຊ້ແທນບັດ ຕມ.6 ແບບເຈ້ຍ ເພື່ອໃຫ້ຊາວຕ່າງຊາດຕື່ມຂໍ້ມູນກ່ອນເດີນທາງເຂົ້າປະເທດໄທ.
ມີຈຸດປະສົງເພື່ອອຳນວຍຄວາມສະດວກ, ຫຼຸດຜ່ອນຄວາມຍຸ້ງຍາກ ແລະ ເພີ່ມຄວາມປອດໄພໃນການກວດຄົນເຂົ້າເມືອງ.
ທຸກຄົນທີ່ເດີນທາງເຂົ້າໄທຈະຕ້ອງຕື່ມແບບຟອມລ່ວງໜ້າຢ່າງໜ້ອຍ 3 ວັນກ່ອນການເດີນທາງ ຫຼື ແບບໂຫດໆຕື່ມໜ້າງານກໍໄດ້ແຕ່ເສຍເວລາຊີວິດພ້ອມດ້ວຍການຖືກສວດ.
ຂັ້ນຕອນການລົງທະບຽນແບບຟອມ (10/07/2025)
ກ່ອນເລີ່ມລົງທະບຽນຄວນກຽມຂໍ້ມູນ:
- ໜັງສືຜ່ານແດນ (Passport)
- ຂໍ້ມູນການເດີນທາງ (ເລກຖ້ຽວບິນ/ພາຫະນະ)
- ທີ່ຢູ່ທີ່ພັກໃນປະເທດໄທ
- ຂໍ້ມູນສຸຂະພາບ (ຖ້າຈຳເປັນ)
ຂັ້ນຕອນທີ 1
ເຂົ້າເວັບໄຊທ໌ທາງການ https://tdac.immigration.go.th/arrival-card/#/home
- ຍືນຍັນວ່າເຮົາບໍ່ແມ່ນໂລບ໋ອດ
- ຄົກປຸ່ມ “Arrival Card”
ຂັ້ນຕອນທີ 2
ປ້ອນຂໍ້ມູນສ່ວນຕົວຂອງທ່ານຕາມແບບຟອມທີ່ປາກົດ
ຂັ້ນຕອນທີ 3
ປ້ອນຂໍ້ມູນການເດີນທາງແລະທີ່ພັກ
ຖ້າໄປເຊົ້າແລງກັບໃຫ້ເລືອກວັນທີດຽວກັນກັບມື້ເດີນທາງເຂົ້າແລະບໍ່ຕ້ອງປ້ອນຂໍ້ມູນທີ່ພັກ
ຂັ້ນຕອນທີ 4
ຈະມີການໃຫ້ປ້ອນຂໍ້ມູນດ້ານສຸຂະພາບຕາມທີ່ກະຊວງສາທາລະນະສຸກກຳນົດ - ຖ້າປະເທດທີ່ເຈົ້າໄປພາຍໃນສອງອາທິດຜ່ານມາຢູ່ໃນລາຍຊື່ສ່ຽງຂອງກະຊວງສາທາລະນະສຸກ, ລະບົບຈະແຈ້ງໃຫ້ເຈົ້າປ້ອນຂໍ້ມູນທີ່ຈຳເປັນເພີ່ມຕື່ມ
ຖ້າຢາກລົງທະບຽນໃຫ້ຫຼາຍຄົນ ໃຫ້ຄລິກປຸ່ມ “Add Other Travelers” ເພື່ອເພີ່ມຂໍ້ມູນນັກເດີນທາງຄົນຕໍ່ໄປ
ຂັ້ນຕອນທີ 5 (ສຸດທ້າຍ)
ກວດສອບຂໍ້ມູນທັງໝົດ
ປ້ອນທີ່ຢູ່ອີເມລເພື່ອຮັບການຢືນຢັນການລົງທະບຽນ TDAC, ຍອມຮັບເງື່ອນໄຂແລະຂໍ້ກຳນົດ, ແລະຄິກ “Submit”
ປລ. ຖ້າມີເມວສົ່ງມາຢຶນຢັນກໍເປັນອັນສຳເລັດອິອິ